ข้ามไปที่เนื้อหาหลัก

40 ປີປະເທດລາວ ມີຂົວແມ່ນໍ້າຂອງ 10 ແຫ່ງ



ປັດຈຸບັນນີ້ ປະເທດພວກເຮົາໄດ້ມີຂົວຂ້າມແມ່ນໍ້າຂອງແລ້ວ 10 ແຫ່ງ ໃນນັ້ນ ກວມເອົາທັງຂົວສ້າງແລ້ວ ແລະ ພວມກໍ່ສ້າງ ມີຂົວເຊື່ອມຕໍ່ກັບປະເທດໃກ້ຄຽງ 5 ແຫ່ງຄື: ນະຄອນຫຼວງວຽງຈັນ-ໜອງຄາຍ ແຂວງສະຫວັນນະເຂດ-ມຸກດາຫານ ແຂວງຄຳມ່ວນ-ນະຄອນພະນົມ ແຂວງບໍ່ແກ້ວ-ຊຽງລາຍ ແລະ ຂົວຂ້າມນໍ້າຂອງ ລາວ-ມຽນມາ ສະເພາະຂົວຂ້າມນໍ້າຂອງພາຍໃນປະເທດມີ 5 ແຫ່ງຄື: ເມືອງປາກເຊ-ໂພນທອງ ຂົວຂ້າມດອນໂຂງ ເມືອງເງິນ ແຂວງຫຼວງພະບາງ-ປາກແບ່ງ ແຂວງອຸດົມໄຊ ປາກຄອນ ເມືອງນານ ແຂວງຫຼວງພະບາງ-ທ່າເດື່ອ ແຂວງໄຊຍະບູລີ ແລະ ເມືອງຊະນະຄາມ ແຂວງວຽງຈັນ-ປາກລາຍ ແຂວງໄຊຍະບູລີ.
ຂ່າວ ຫນັງສືພິມວຽງຈັນໃຫມ່

40 ປີແຫ່ງການເຕີບໃຫ່ຍ ຂະຫຍາຍຕົວຂອງ ສປປ ລາວ ກັບຜົນສໍາເລັດອັນໃຫ່ຍຫລວງໜັງສືພິມປະເທດລາວຍົກໃຫ້ເຫັນຂະແໜງຄົມມະນາຄົມຂົນສົ່ງໃນບາງດ້ານແລະສືບຕໍ່ນຳສະເໜີແຕ່ລະຂະແໜງການຈົນສຳເລັດ, ນັບແຕ່ປີ 1975 ເຫັນວ່າ ສປປ ລາວ ຍັງບໍ່ມີຂົວຂ້າມແມ່ນ້ຳຂອງ, ການຄົມມະນາຄົມທາງນ້ຳຖືວ່າເປັນອີກເສັ້ນທາງໜື່ງທີ່ສຳຄັນທີ່ປະຊາຊົນລາວບັນດາເຜົ່າໄດ້ອາໃສເຮືອແລະບັກ ເປັນພາຫະນະຂົນສົ່ງສິນຄ້າ, ໄປມາຫາສູ່ ບໍລິການອື່ນໆ ທັງພາຍໃນແລະຕ່າງປະເທດ ຊື່ງມີຄວາມຫຍຸ້ງຍາກລຳບາກແລະເປັນອຸປະສັກບໍ່ໜ້ອຍຕໍ່ວິຖີດຳລົງຊີວິດຂອງປະຊາຊົນ ຍ້ອນວ່າການສົ່ງເສີມສິນຄ້າໄປຂາຍໃນຕະຫຼາດແລະໄປມາຫາສູ່ກັນ.

ປະຈຸບັນນີ້ ສປປ ລາວ ມີຂົວຂ້າມແມ່ນໍ້າຂອງແລ້ວ 10 ແຫ່ງໃນນັ້ນກວມເອົາຂົວທັງສ້າງແລ້ວແລະພວມກໍ່ສ້າງມີຂົວເຊື່ອມຕໍ່ກັບປະເທດໃກ້ຄຽງ 5 ແຫ່ງຄື: ນະຄອນຫຼວງວຽງຈັນ-ໜອງຄາຍ, ແຂວງ ສະຫວັນນະເຂດ- ມຸກດາຫານ, ແຂວງ ຄໍາມ່ວນ-ນະຄອນພະນົມ,ແຂວງ ບໍ່ແກ້ວ-ຊຽງລາຍແລະ ຂົວຂ້າມແມ່ນ້ຳຂອງລາວ-ມຽນມາ ແລະອີກ5 ແຫ່ງຄືຂົວຂ້າມແມ່ນ້ຳພາຍໃນປະເທດ .

ຄວາມສໍາເລັດເລົ່ານີ້ແມ່ນຍ້ອນຄວາມສະຫລາດສ່ອງໃສຂອງພັກ-ລັດ, ແມ່ນໝາກຜົນຂອງການປະຕິວັດແລະການປະຕິບັດແນວທາງການຕ່າງປະເທດທີ່ຖືກຕ້ອງຂອງ ສປປ ລາວເຊີ່ງເຮັດໃຫ້ປະເທດສາມາດເຊື່ອມຈອດກັບບັນດາປະເທດສະມາຊິກອາຊຽນແລະສາກົນ, ປະຈຸບັນປະຊາຊົນລາວບັນດາເຜົ່າສາມາດຕິດຕໍ່ພົວພັນແລະໄປມາຫາສູ່ມີຄວາມສະດວກສະບາຍແລະວ່ອງໄວໂດຍສະເພາະການຂົນສົ່ງສິນຄ້າ, ການລົງທືນ , ການທ່ອງທ່ຽວແລະການບໍລິການອື່ນໆ.

ความคิดเห็น

โพสต์ยอดนิยมจากบล็อกนี้

ຂັ້ນໄດພະຍານາກ ແຄມຂອງ ເມືອງ ທ່າແຂກ ບ້ານເຮົາ

ບໍລິສັດ SCG ມອບຊິມັງ 20 ໂຕນປະກອບສ່ວນກໍ່ສ້າງຫໍຫຼັກເມືອງ ແລະ ຂັ້ນໄດພະຍານາກ ໃນທ້າຍເດືອນມີນາ 2017 ຜ່ານມານີ້, ຢູ່ທີ່ແຄມຂອງຂ້າງ ວັດນາໂບບ່ອນກໍ່ສ້າງຫໍຫຼັກ ເມືອງ ແລະ ບ່ອນກໍ່ສ້າງຂັ້ນໄດ ພະຍານາກ ທາງບໍສິສັດ SCG ໄດ້ມອບຊີມັງ ຈຳນວນ 20 ໂຕນ ໃຫ້ເມືອງທ່າແຂກ   ເພື່ອປະ ກອບສ່ວນເຂົ້າໃນການກໍ່ສ້າງ ຫໍຫຼັກເມືອງ ແລະ ຂັ້ນໄດພະຍາ ນາກ ໂດຍການເປັນກຽດມອບ ຂອງ ທ່ານ ວິລະສັກ ເມຄາ ຜ່ອງອຳໄພ ຜູ້ຈັດການບໍລິສັດ ຄຳມ່ວນຊີມັງຈຳກັດ ແລະ ເປັນ ກຽດຮັບ ຂອງທ່ານ ຈັນ ບຸບຜາ ລີວັນ ເຈົ້າເມືອງໆ ທ່າແຂກ ໂດຍມີຄະນະຫ້ອງວ່າການປົກ ຄອງເມືອງ, ປະທານສະມາຄົມ ນັກທຸລະກິດຍິງ ແຂວງຄຳມ່ວນ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.         ເຊິ່ງໃນການມອບຊີມັງຄັ້ງ ນີ້ ທ່ານ ຈັນ ບຸບຜາລີວັນ ເຈົ້າ ເມືອງໆທ່າແຂກ ໄດ້ກ່າວສະ ແດງຄວາມຂອບໃຈອັນລົ້ນເຫຼືອ ຕໍ່ບໍລິສັດ ເອັສຊີຈີ ທີ່ມີນ້ຳໃຈສັດ ທາປະກອບສ່ວນທາງດ້ານວັດຖຸເຂົ້າໃນການສ້າງສາພັດ ທະນາ ບ້ານເມືອງໃຫ້ມີການເຕີບໃຫຍ່ ຂະຫຍາຍຕົວ ແລະ ມີການພັດ ທະນາສວຍງາມຂຶ້ນຕື່ມ ໂດຍສະ ເພາະກໍ່ແມ່ນການປະກອບສ່ວນ ເຂົ້າໃນການກໍ່ສ້າງຫໍຫຼັກເມືອງ  ແລະ ຂັ້ນໄດພະຍານາກໃນຄັ້ງ ນີ້. ໂດຍ: ເພັດດາລາ ໃນທ້າຍເດືອນມີນາ 201...

ສະຫຼຸບຜົນການແຂ່ງຂັນບຸນຊ່ວງເຮືອ ແຂວງ ຫລວງພະບາງ ປະຈຳປີ 2017

ຜົນບຸນຊ່ວງເຮືອເດືອນເກົ້າ ບຸນຫໍ່ເຂົ້າປະດັບດິນປະຈຳປີ 2017 ທີ່ນ້ຳຄານ ມ.ຫລວງພະບາງ ຂ.ຫລວງພະບາງ ມີດັ່ງນີ້: ອັນດັບທີ1: ບ.ສ.ພັນທະມິດ ກໍ່ສ້າງ-ຂົວທາງ ຂ.ໄຊຍະບູລີ (ໂຕເຮືອ ແລະ ສີພາຍນາວາສັກສິດ); ອັນດັບທີ2: ໄອຍະການແຂວງຫລວງພຣະບາງ (ສີພາຍ ບ.ຫາດສ້ຽວ+ບ.ຫາດໄຊ+ບ.ປຸ່ງເຫນືອ+ເທບອຳມະລິນ ບ.ນາລ້ອງ); ອັນດັບທີ3: ທະນາຄານການຄ້າຕ່າງປະເທດ ສາຂາແຂວງຫລວງພຣະບາງ (ສີພາຍກອງພັນໃຫຍ່ປ້ອງກັນອາກາດ642 ມ.ບໍລິຄັນ ຂ.ບໍລິຄຳໄຊ); ອັນດັບທີ4: ບ.ສ.ໂຂ້ ອິນແປງ ກໍ່ສ້າງ-ຂົວທາງ ໄຊຍະບູລີ (ສີພາຍໄກທອງ ທະຫານແຂວງ ຂ.ບໍລິຄຳໄຊ; ອັນດັບທີ5: ນ.ຫົງຟ້າ ບ.ສ.ແສງເພັດ ໄຟຟ້າ ກໍ່ສ້າງ-ຂົວທາງ (ສີພາຍ ບ.ແສນດິນ ມ.ນາຊາຍທອງ ນວ); ອັນດັບທີ6: ນະຄອນຫລວງ2-ເຮືອຊ່ວງເມືອງຊຽງເງີນ1 (ສີພາຍ ບ.ທ່າແຂກ ມ.ຫາດຊາຍຟອງ ນວ); ອັນດັບທີ7: ໂຮງງານຊີມັງອຸດົມໄຊ (ສີພາຍເທບພອນໄຊ+ຫາດສ້ຽວ); ອັນດັບທີ8: ບ.ນູນສະຫວາດ;