ບໍລິສັດ SCG ມອບຊິມັງ 20 ໂຕນປະກອບສ່ວນກໍ່ສ້າງຫໍຫຼັກເມືອງ ແລະ ຂັ້ນໄດພະຍານາກ ໃນທ້າຍເດືອນມີນາ 2017 ຜ່ານມານີ້, ຢູ່ທີ່ແຄມຂອງຂ້າງ ວັດນາໂບບ່ອນກໍ່ສ້າງຫໍຫຼັກ ເມືອງ ແລະ ບ່ອນກໍ່ສ້າງຂັ້ນໄດ ພະຍານາກ ທາງບໍສິສັດ SCG ໄດ້ມອບຊີມັງ ຈຳນວນ 20 ໂຕນ ໃຫ້ເມືອງທ່າແຂກ ເພື່ອປະ ກອບສ່ວນເຂົ້າໃນການກໍ່ສ້າງ ຫໍຫຼັກເມືອງ ແລະ ຂັ້ນໄດພະຍາ ນາກ ໂດຍການເປັນກຽດມອບ ຂອງ ທ່ານ ວິລະສັກ ເມຄາ ຜ່ອງອຳໄພ ຜູ້ຈັດການບໍລິສັດ ຄຳມ່ວນຊີມັງຈຳກັດ ແລະ ເປັນ ກຽດຮັບ ຂອງທ່ານ ຈັນ ບຸບຜາ ລີວັນ ເຈົ້າເມືອງໆ ທ່າແຂກ ໂດຍມີຄະນະຫ້ອງວ່າການປົກ ຄອງເມືອງ, ປະທານສະມາຄົມ ນັກທຸລະກິດຍິງ ແຂວງຄຳມ່ວນ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ. ເຊິ່ງໃນການມອບຊີມັງຄັ້ງ ນີ້ ທ່ານ ຈັນ ບຸບຜາລີວັນ ເຈົ້າ ເມືອງໆທ່າແຂກ ໄດ້ກ່າວສະ ແດງຄວາມຂອບໃຈອັນລົ້ນເຫຼືອ ຕໍ່ບໍລິສັດ ເອັສຊີຈີ ທີ່ມີນ້ຳໃຈສັດ ທາປະກອບສ່ວນທາງດ້ານວັດຖຸເຂົ້າໃນການສ້າງສາພັດ ທະນາ ບ້ານເມືອງໃຫ້ມີການເຕີບໃຫຍ່ ຂະຫຍາຍຕົວ ແລະ ມີການພັດ ທະນາສວຍງາມຂຶ້ນຕື່ມ ໂດຍສະ ເພາະກໍ່ແມ່ນການປະກອບສ່ວນ ເຂົ້າໃນການກໍ່ສ້າງຫໍຫຼັກເມືອງ ແລະ ຂັ້ນໄດພະຍານາກໃນຄັ້ງ ນີ້. ໂດຍ: ເພັດດາລາ ໃນທ້າຍເດືອນມີນາ 201...